ໝາຍເຫດ ລາຍການອາດມີການປ່ຽນແປງໄດ້ ທັງນີ້ໂດຍຄຳນຶງເຖິງຜົນປະໂຫຍດຂອງລູກຄ້າເປັນຫຼັກ
• ໃນກໍລະນີຂະນະເດິນທາງຕ່ຳກວ່າ 15 ທ່ານ ຫຼື ມາດຕະຖານຂອງການຢັ້ງຢືນການເດິນທາງ ຈະມີການປ່ຽນແປງ ຂະໜາດຂອງພາຫານະທີ່ໃຊ້ໃນການນຳທ່ຽວ ຕະຫຼອດລາຍການທົວໂດຍບໍ່ຕ້ອງແຈ້ງໃຫ້ຊາບລ່ວງໜ້າD
• ໃນກໍລະນີຂະນະເດິນທາງຕ່ຳກວ່າ 15ທ່ານ ຫຼືຕ່ຳກວ່າມາດຕະຖານຂອງການຢັ້ງຢືນການເດິນທາງ ທາງຜູ້ຈັດລາຍການ ຂໍຍົກເລິກການເດິນທາງ ຫຼື ອາດຈະແຈ້ງຕໍ່ທາງຂະນະທົວໃຫ້ຊາບວ່າມີການຮຽກເກັບຄ່າທົວເພິ່ມ ໃນກໍລະນີທີ່ຕ່ຳກວ່າ 15 ທ່ານ ຕາມຄວາມເໝາະສົມແລະເປັນຈິງ.
• ທາງບໍລິສັດ ຂໍຄວາມກະລຸນາໃຫ້ທ່ານສຶກສາລາຍລະອຽດ ທັງໝົດກ່ອນທຳການຈອ່ງ ໂດຍລະອຽດທຸກຂໍ້
ເງື່ອນໄຂການຈ່ອງທົວ
• ງວດ 1 : ຈ່ອງທີ່ນັ່ງຈ່າຍມັດຈຳ 5,000 ບາດ /ທ່ານ ພາຍໃນ 3 ວັນຫຼັງຈາກທີ່ມີການຈອງ (ເພື່ອເປັນການຢັ້ງຢືນການເດິນທາງ) ພ້ອມສົ່ງລາຍຊື່ ແລະ ໜ້າ ພາສປອດຜູ້ທີ່ຈະເດິນທາງທັນທີ,
• ງວດທີ 2 : ຊຳລະຍອດສ່ວນທີ່ເຫຼືອ ກ່ອນການເດິນທາງບໍ່ຕ່ຳກວ່າ 20 ວັນ ຫາກບໍ່ຊຳລະຄ່າໃຊ້ຈ່າຍພາຍໃນມື້ທີ່ກຳນົດ ທາງບໍລິສັດຈະຖືວ່າທ່ານຍົກເລິກການເດິນທາງໂດຍອັດຕະໂນມັດ
• ກໍລະນີຕ້ອງການອອກຕົວພາຍໃນປະເທດ ກໍລະນີລູກຄ້າຢູ່ຕ່າງແຂວງໃຫ້ທ່ານຕິດຕໍ່ເຈົ້າໜ້າທີ່ກ່ອນອອກບັດ ໂດຍສານທຸກຄັ້ງ ຫາກອອກບັດໂດຍສານໂດຍບໍ່ແຈ້ງເຈົ້າໜ້າທີ່ ທາງບໍລິສັດຂໍສະຫງວນສິດບໍ່ຮັບຜິດຊອບຄ່າໃຊ້ຈ່າຍທີ່ເກິດຂື້ນ.
• ຫຼັງຈາກຊຳລະຄ່າມັດຈຳແລ້ວ ສາມາດປ່ຽນຊື່ຜູ້ເດິນທາງໄດ້ ກ່ອນທີ່ບໍລິສັດ ຈະທຳການອອກປີ້ລ່ວງໜ້າ 1-2 ອາທິດ ກ່ອນການເດິນທາງແຕ່ທັງນີ້ຕ້ອງຍຶດກົດຂອງສາຍການບິນເປັນຫຼັກ.
ເງື່ອນໄຂການຍົກເລີກທົວ
• ກໍລະນີຍົກເລິກຫຼັງຈາກວາງເງິນມັດຈຳ ບໍລິສັດຈະຄິດຄ່າໃຊ້ຈ່າຍທີ່ເກິດຂື້ນແທ້ ໃນມື້ນັ້ນ ທີ່ບໍ່ສາມາດຄືນເງິນໄດ້ (ຕົວຢ່າງເຊັ່ນ ຄ່າປີ້ຍົນ, ຄ່າວີຊາ, ຄ່າມັດຈຳຫ້ອງພັກ ເປັນຕົ້ນ)
• ກໍລະນີຍົກເລິກຫຼັງຈາກຈ່າຍເງິນເຕັມຈຳນວນ ບໍລິສັດຂໍສະຫງວນສິດໃນການຄືນເງິນທັງໝົດໃນທຸກກໍລະນີ ກໍລະນີເຈັບປ່ວຍຈົນບໍ່ສາມາດເດິນທາງໄດ້ ຕ້ອງມີໃບຮັບຮອງແພດຈາກໂຮງໝໍຮັບຮອງ ບໍລິສັດຈະເຮັດເລື່ອງຍື່ນເອກະສານໄປຍັງ ລົດໄຟ ສາຍການບິນ ໂຮງແຮມ ແລະ ໃນທຸກໆການໃຫ້ບໍລິການ ເພື່ອໃຫ້ພິຈາລະນາອີກຄັ້ງ ທັງນີ້ ອາຈະຕ້ອງ ໃຊ້ເວລາໃນການດຳເນິນການ ເຊິ່ງບໍ່ສາມາດແຈ້ງໄດ້ວ່າສາມາດຄືນເງິນໄດ້ທັງໝົດຫຼືບາງສ່ວນ ຫຼື ບໍ່ໄດ້ເລີຍ ເພາະຂື້ນຢູ່ກັບການພິຈາລະນະແລະຕັດສິນໃຈຂອງສາຍການບິນ ໂຮງແຮມ ແລະ ທຸກໆບໍລິການອື່ນໆເປັນສຳຄັນ
ອັດຕາຄ່າບໍລິການນີ້ລວມມີ
• ຄ່າທີ່ພັກໂຮງແຮມລວມທັງໝົດ 3 ຄືນ
• ຄ່າອາຫານທຸກຄາບຕາມລາຍການ
• ຄ່າລົດປັບອາກາດ ຕາມລາຍການທົວ
• ອັດຕາຄ່າເຂົ້າຊົມສະຖານທີ່ ທີ່ລະບຸໄວ້ໃນລາຍການ
• ຄ່າ ມັຄຄຸເທດ
• ຄ່າປີ້ລົດໄຟຄວາມໄວສູງໄປກັບ (LCR) ນະຄອນຫລວງ-ຊຽງຮູ່ງ-ນະຄອນຫລວງ.
• ປະກັນໄພໃນການເດີນທາງ ໃນກໍລະນີເສຍຊີວິດເນື່ອງຈາກອຸບັດເຫດ ຈະຄຸ້ມຄອງເປັນຈຳນວນເງິນ 1,000,000 ບາດ (ຄຸ້ມຄອງ ຜູ້ເອົາປະກັນໄພ ອາຍຸລະຫວ່າງ 15-75 ປິໃນກໍລນີຜູ້ເອົາປະກັນໄພອາຍຸຕ່ຳກວ່າ 15 ປີ ຫຼື ລະຫວ່າງ 75-85 ປີ ຄຸ້ມຄອງ 50% ຂອງຈຳນວນເງິນເອົາປະກັນໄພ ທັງນີ້ຂື້ນຢູ່ກັບເງື່ອນໄຂຂອງກົມມະທຳ
• ຄ່ານ້ຳດື່ມລະຫວ່າງເດິນທາງ 1 ຕຸກ ຕໍ່ທ່ານ/ວັນ
ອັດຕານີ້ບໍ່ລວມ
ຄ່າໃຊ້ຈ່າຍສ່ວນຕົວ ອາຫານ ແລະ ເຄື່ອງດື່ມທີ່ສັ່ງເພິ່ມພິເສດ ທີ່ບໍໄດ້ລະບຸໄວ້ໃນລາຍການ
ຄ່າປະກັນໄພທໍາມະຊາດ ແລະ ປະກັນຊີວິດສ່ວນຕົວ ແລະ ປະກັນສຸຂະພາບ
ພາສີມູນລະຄ່າເພີ່ມ 7% ແລະ ພາສີຫັກໃນຂະນະຈ່າຍ 3%
ຄ່າທິບມັດຄູເທດ
ໝາຍເຫດ
• ບໍລິສັດ ຂໍສະຫງວນສິດຍົກເລິກການເດິນທາງກ່ອນລ່ວງໜ້າ 15 ມື້ ໃນກໍລະນີບໍ່ສາມາດເຮັດກຸ໋ບໄດ້ຢ່າງນ້ອຍ 12 ທ່ານ ເຊິ່ງໃນກໍລະນີທາງບໍລິສັດຍິນດີຄືນເງິນໃຫ້ທັງໝົດ ຫຼື ຈັດຫາຄະນະທົວອື່ນໃຫ້ຖ້າຕ້ອງການ,
ບໍລິສັດ ຂໍສະຫງວນທີ່ຈະປ່ຽນແປງລາຍລະອຽດບາງປະການໃນທົວນີ້ ເມື່ອເກີດເຫດຈຳເປັນ ສຸດວິໄສ ຈົນບໍ່ອາດແກ້ໄຂໄດ້ ແລະຈະບໍ່ຮັບຜິດຊອບໃດໆ ໃນກໍລະນີສູນຫາຍ ສູນເສຍ ຫຼື ໄດ້ຮັບບາດເຈັບ ທີ່ນອກເໜືອຄວາມຮັບຜິດຊອບຂອງຫົວໜ້າທົວ ແລະເຫດສຸດວິໄສບາງປະການເຊັ່ນ ການນັດພັກວຽກ ໄພທຳມະຊາດ ການກໍຈະລາຈົນຕ່າງໆ,
• ບໍລິສັດ ບໍ່ຮັບຜິດຊອບຄ່າເສຍຫາຍໃນເຫດການທີ່ເກີດຈາກສາຍການບິນ ໄພທຳມະຊາດ ປະຕິວັດ ແລະ ອື່ນໆທີ່ນອກເໜືອການຄວບຄຸມຂອງທາງບໍລິສັດ ຫຼື ຄ່າໃຊ້ຈ່າຍເພີ່ມຂື້ນທາງກົງ ຫຼື ທາງອ້ອມ ເຊັ່ນການເຈັບປ່ວຍ ການຖືກທຳຮ້າຍ ການສູນຫາຍ ຈາກສາຍການບິນເມື່ອຖ້ຽວບິນ “ດີເລ” ຫຼື ລ່າຊ້າ ຫຼືເຫດສຸດວິໄສ ແລະ ອຸປະຕິເຫດຕ່າງໆ
• ລາຄານີ້ຄິດຕາມລາຄາບັດໂດຍສານເຄື່ອງບິນ ນະ ເວລາປັດຈຸບັນ ຫາກມີການປັບລາຄາບັດໂດຍສານສູງຂື້ນ ຕາມອັດຕາຄ່ານ້ຳມັນ ຫຼື ຄ່າເງິນແລກປ່ຽນ ທາງບໍລິສັດຂໍສະຫງວນສິດທີ່ຈະປັບລາຄາປີ້ ຕາມສະຖານະການ ດັ່ງກ່າວແລະແຈ້ງໃຫ້ທ່ານຮັບຊາບ
• ເນື່ອງຈາກລາຍການທົວນີ້ເປັນແບບເໝົາຈ່າຍຮຽບຮ້ອຍ ຫາກທ່ານສະຫຼະສິດການໃຊ້ບໍລິການໃດໆ ຕາມລາຍການ ຫຼື ຖືກປະຕິເສດການເຂົ້າປະເທດບໍ່ວ່າຈະກໍລະນີໃດກໍ່ຕາມທາງບໍລິສັດ ຂໍສະຫງວນສິດບໍ່ຄືນເງິນໃນທຸກກໍລະນີ
• ກໍລະນີຜູ້ເດີນທາງບໍ່ສາມາດ ເຂົ້າ-ອອກເມືອງໄດ້ເນື່ອງຈາກປອມແປງ ຫຼື ການຫ້າມຂອງເຈົ້າໜ້າທີ່ບໍ່ວ່າຈະເຫດຜົນໃດໆ ທາງບໍລິສັດຂໍສະຫງວນສິດໃນການບໍ່ສົ່ງເງິນຄືນຄ່າທົວທັງໝົດ
• ຫາກລູກທ່ານໃດ ຍື່ນວີຊາແລ້ວບໍ່ໄດ້ຮັບການອະນຸມັດ ລູກຄ້າຕ້ອງຊຳລະຄ່າວີຊາຕາມສະຖານທູດຮຽກເກັບ
• ໃນກໍລະນີທ່ານຜູ້ໂດຍສານຕ້ອງການໃຊ້ພາສປອດສີຂຽວ (ລັດທະກອນ) ໃນການເດິນທາງບໍລິສັດຂໍສະຫງວນສິດບໍ່ຮັບຜິດຊອບໃດໆໃນການທີ່ທ່ານອາດຈະຖືກປະຕິເສດບໍ່ໃຫ້ເຂົ້າເມືອງ ເພາະໂດຍປົກກະຕິໃນການທ່ອງທ່ຽວ ຈະໃຊ້ປຶ້ມສີຟ້າ
• ຮູບທີ່ໃຊ້ໃນການປະກອບ ໃນໂປແກມໃຊ້ເພື່ອຄວາມເຂົ້າໃຈໃນມຸມມອງສະຖານທີ່ທ່ອງທ່ຽວ ຮູບໃຊ້ເພື່ອການໂຄສະນາເທົ່ານັ້ນ